ພັກການເມືອງຕ່າງໆຢູ່ກຳປູເຈຍ ເລີ່ມຕົ້ນບັ້ນຂົນຂວາຍຫາສຽງເລືອກຕັ້ງ
ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານໃຫ້ຮູ້ໃນ ວັນທີ 11 ກຸມພາ 2024 ຜ່ານມານີ້ວ່າ: ວັນທີ 11 ກຸມພາ 2024 ຜ່ານມາເປັນ
ມື້ທຳອິດຂອງບັ້ນຂົນຂວາຍຫາສຽງເລືອກຕັ້ງ, ບັນດາການເຄື່ອນໄຫວເຕົ້າໂຮມ, ເຊີດຊູກຳລັງ, ແຫ່ຂະບວນໂຄສະນາຂົນຂວາຍຫາສຽງເລືອກ
ຕັ້ງຢູ່ນະຄອນຫຼວງພະນົມເປັນ ແລະ ຫຼາຍທ້ອງຖິ່ນ, ສ່ວນຫຼາຍແມ່ນພັກປະຊາຊົນກຳປູເຈຍ (CPP) ກຳອຳນາດ.
ບົດລາຍງານການອັບເດດຂອງຄະນະກຳມະການເລືອກຕັ້ງ ແຫ່ງຊາດ ກຳປູເຈຍ (NEC) ໄດ້ຢັ້ງຢືນວ່າ: ໃນມື້ທຳອິດຂອງບັ້ນຂົນຂວາຍ
ການຫາສຽງເລືອກຕັ້ງ, ມີພຽງແຕ່ພັກ CPP ໄດ້ຈັດຕັ້ງການເຄື່ອນໄຫວເດີນຂະບວນທີ່ມີການເຂົ້າຮ່ວມຂອງປະຊາຊົນເປັນຈຳນວນຫຼາຍໃນ 7
ຫົວໜ່ວຍອຳນາດການປົກຄອງຂັ້ນແຂວງຢູ່ 5/8 ເຂດເລືອກຕັ້ງ.
ໃນຂະນະທີ່, ພັກເຈດຈຳນົງຂະແມ ໄດ້ຈັດການເຄື່ອນໄຫວເຕົ້າໂຮມກຳລັງ, ໃຊ້ໂທລະໂຄ່ງໂຄສະນາຢູ່ສຳນັກງານພັກ, ສະຖານທີ່ຕ່າງໆ
ແລະ ຄອບຄົວຂອງສະມາຊິກພັກ. ສອງພັກທີ່ຍັງເຫຼືອແມ່ນພັກ FUNCINPEC ແລະ ພັກກຳລັງຊົນຊາດ ຍັງບໍ່ທັນໄດ້ດຳເນີນການເຄື່ອນ
ໄຫວຂົນຂວາຍຫາສຽງເລືອກຕັ້ງເທື່ອ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/02/2024